ໂຊລູຊັ່ນສະເພາະຂະແໜງການ
ອອກແບບມາເພື່ອເພີ່ມປະສິດທິພາບ ແລະ ຫຼຸດຕົ້ນທຶນການດຳເນີນງານ
Silver Jalern Platform
ລະບົບ Silver Jalern - ຈັດການຂາຍດີນ, ຂາຍສິນຄ້າ ແລະ ຈ່າຍຜ່ອນອອນລາຍ
- ✓ ຈັດການການຂາຍດີນ ແລະ ສິນຄ້າແບບຈ່າຍຜ່ອນອອນລາຍ
- ✓ ຄິດໄລ່ດອກເບ້ຍ ແລະ ຄ່າງວດອັດໂນມັດ
- ✓ ສະແດງລາຍງານການເງິນ ແລະ ຍອດຄ້າງຊຳລະ Real-time

Smart School & e-Learning
ລະບົບ e-Learning & Smart School - ໂຮງຮຽນ ແລະ ຫ້ອງຮຽນອອນລາຍທັນສະໄໝ
- ✓ ຈັດການຕາຕະລາງຮຽນ, ນັກຮຽນ ແລະ ຄູ-ອາຈານ
- ✓ ລະບົບສອບເສັງອອນລາຍ ແລະ ຈັດການເກຣດ
- ✓ ແຈ້ງເຕືອນຜົນການຮຽນຫາຜູ້ປົກຄອງຜ່ານ Mobile App

Restaurant & Cafe POS
ລະບົບ POS ຮ້ານອາຫານ ແລະ ຄາເຟ - ຈັດການໂຕະ, ອໍເດີ ແລະ ໃບບິນໄວວາ
- ✓ ຈັດການແຜນຜັງໂຕະ ແລະ ສະຖານະໂຕະ ແບບ Real-time
- ✓ ສົ່ງອໍເດີເຂົ້າເຮືອນຄົວ ແລະ ບາຮົບອັດໂນມັດ (KDS)
- ✓ ຮອງຮັບການຊຳລະເງິນຜ່ານ QR Code LDB/BCEL

ລະບົບ ຄຸ້ມຄອງໂຮງຮຽນ
ລະບົບຄຸ້ມຄອງໂຮງຮຽນ ແມ່ນລະບົບໂປຣແກຣມສຳລັບຈັດການງານພາຍໃນໂຮງຮຽນແບບຄົບວົງຈອນ. ຊ່ວຍຄຸ້ມຄອງຂໍ້ມູນນັກຮຽນ, ຄູອາຈານ, ຫ້ອງຮຽນ, ຄ່າຮຽນ, ຜົນການຮຽນ, ການເງິນ ແລະ ລາຍງານຕ່າງໆ ໃຫ້ສາມາດບໍລິຫານໄດ້ງ່າຍ ແລະ ທັນສະໄໝ.

ລະບົບ ຄຸ້ມຄອງໂຮງຫມໍ
ລະບົບຄຸ້ມຄອງໂຮງໝໍ ແມ່ນລະບົບໂປຣແກຣມອັດສະລິຍະ ສຳລັບຈັດການງານພາຍໃນໂຮງໝໍ ແລະ ສູນການແພດ ແບບຄົບວົງຈອນ. ຊ່ວຍຄຸ້ມຄອງຂໍ້ມູນຄົນເຈັບ, ທ່ານໝໍ, ການນັດໝາຍ, ການວິນິດໄສ, ໃບສັ່ງຢາ, ຄ່າບໍລິການ, ລາຍຮັບ-ລາຍຈ່າຍ ແລະ ລາຍງານຕ່າງໆ.

ລະບົບໂປຼແກຼມຄູ້ມຄອງ ແລະ ຕິດຕາມໂຮງແຮມ ທັນສະໄໝ ຍຸກ 4.0
ລະບົບໂປຣແກຣມຄຸ້ມຄອງ ແລະ ຕິດຕາມໂຮງແຮມຍຸກ 4.0 ແມ່ນລະບົບອັດສະລິຍະສຳລັບບໍລິຫານໂຮງແຮມ, ຣີສອດ, ເຮືອນພັກ ແລະ ທຸລະກິດບໍລິການຕ່າງໆ. ຊ່ວຍຈັດການການຈອງຫ້ອງ, ຮັບແຂກ, ຄິດໄລ່ຄ່າບໍລິການ, ສະຕ໋ອກ, ລາຍຮັບ-ລາຍຈ່າຍ ແລະ ຕິດຕາມການດຳເນີນງານແບບອອນລາຍ.

ລະບົບແອັບມືຖື Mobile App ຂົນສົ່ງ ແຮ່ທາດ
ລະບົບແອັບມືຖືຂົນສົ່ງແຮ່ທາດ ແມ່ນລະບົບສຳລັບຈັດການຂະບວນການຂົນສົ່ງແຮ່ທາດຢ່າງຄົບວົງຈອນ. ຊ່ວຍຕິດຕາມລົດຂົນສົ່ງ, ຄຸ້ມຄອງຄົນຂັບ, ບັນທຶກນ້ຳໜັກສິນຄ້າ, ເສັ້ນທາງຂົນສົ່ງ, ຄ່າໃຊ້ຈ່າຍ ແລະ ລາຍງານແບບອອນລາຍ.

ລະບົບຂາຍສິນຄ້າ, ຂາຍດີນ ຫຼື ລົດ ຈ່າຍຜ່ອນ
ລະບົບຈັດການຂາຍສິນຄ້າ, ຂາຍທີ່ດິນ ແລະ ຂາຍລົດແບບຈ່າຍຜ່ອນ ແມ່ນລະບົບຊ່ວຍບໍລິຫານທຸລະກິດແບບຄົບວົງຈອນ. ສາມາດຈັດການຂໍ້ມູນລູກຄ້າ, ສັນຍາຊື້ຂາຍ, ຕາຕະລາງຈ່າຍຜ່ອນ, ຕົ້ນທຶນ, ດອກເບ້ຍ, ການຮັບເງິນ, ກຳໄລ, ໜີ້ຄ້າງຊຳລະ ແລະ ລາຍງານທາງທຸລະກິດ.

ລະບົບຂາຍ POS ແບບອອນລາຍ ໃຊ້ຜ່ານມືຖື
ລະບົບໂປຼແກຼມຂາຍ POS ອອນລາຍ Youmart.la ເຊິ່ງເປັນລະບົບຄູ້ມຄອງ ແລະ ບໍລິຫານ ທຸລະກິດແບບອອນລາຍ ສາມາດຄູ້ມຄອງ ແລະ ບໍລິຫານ ທຸລະກິດ ຜ່ານໂທລະສັບມືຖື, ໄອໂຟນ, ໄອແພັດ, ເທບເລັດ, ຄອມພິວເຕີ.... ເຊິ່ງເໝາະກັບທຸກທຸລະກິດ ທີ່ເປັນທຸລະກິດຂາຍ, ທຸລະກິດຫຼາຍສາຂາ, ທຸລະກິດຫຼາຍຈຸດບໍລິການ ຫຼື ຫຼາຍສາງສິນຄ້າ. ເໝາະສຳລັບຫົວໜ່ວຍທຸລະກິດການຂາຍ ເຊັ່ນ: Super Market, Minimart, ທຸລະກິດຂາຍສົ່ງ, ຂາຍຍ່ອຍ, ຂາຍໂທລະສັບ, ຄອມພິວເຕີ, ອຸປະກອນໄອທີ, ເຄື່ອງໄຊ້ໄຟຟ້າ, ເຄື່ອງອາໄຫຼ່ລົດ, ເສື້ອຜ້າ, ເຄື່ອງສຳອາງ, ຮ້ານອາຫານ, ໂຮງຈັກ, ໂຮງງານ ທີ່ມີການຜະລິດ, ບໍລິສັດຕ່າງໆ ທີ່ມີການຄູ້ມຄອງໂຄງການ, ຄູ້ມຄອງບຸກຄະລາກອນ, ຕິດຕາມວັນຂາດການ, ເບີກຈ່າຍເງິນເດືອນ, ເງິນຄອມມິດຊັ່ນ, ຄູ້ມຄອງຊັບສົມບັດ, ການບໍລິຫານໜ້າວຽກຕ່າງໆ........ ຫຼື ທຸລະກິດ ທີ່ມີການຄູ້ມຄອງ, ບໍລິຫານ, ຈັດການ, ຕິດຕາມ ແລະ ການຂາຍ ທຸກປະເພດ ເພື່ອຫັນເຂົ້າເປັນທັນສະໄໝຂື້ນເທື່ອລະກ້າວ. ລາຍລະອຽດເພີ່ມເຕີມ: www.youmart.la

ລະບົບຂົນສົ່ງ Logistics ຫຼາຍສາຂາ
ລະບົບຂົນສົ່ງ Logistics ຫຼາຍສາຂາ ແມ່ນລະບົບສຳລັບຈັດການການຂົນສົ່ງສິນຄ້າຂອງອົງກອນທີ່ມີຫຼາຍສາຂາ ຫຼື ຫຼາຍຈຸດບໍລິການ. ຊ່ວຍຄຸ້ມຄອງການຮັບ-ສົ່ງສິນຄ້າ, ຈັດການສາງ, ຕິດຕາມສະຖານະການຂົນສົ່ງ, ລົດ, ພະນັກງານຂັບລົດ ແລະ ລາຍງານແບບອອນລາຍ.

ແອັບຝາກລົດ, ຂາຍປີ້ ຊີໄອທີ ພາກຄິງ ແອັບ
CIT Parking App ແມ່ນລະບົບແອັບມືຖືສຳລັບຄຸ້ມຄອງບໍລິການຝາກລົດ ແລະ ຂາຍປີ້ຈອດລົດ. ຊ່ວຍຈັດການລົດເຂົ້າ-ອອກ, ຄິດໄລ່ຄ່າຝາກລົດ, ອອກປີ້, ຈັດການຂໍ້ມູນລູກຄ້າ, ລາຍຮັບ ແລະ ລາຍງານຕ່າງໆ ເພື່ອໃຫ້ການບໍລິຫານລານຈອດລົດມີປະສິດທິພາບ.

ລະບົບ ຫ້ອງສອນ ແລະ ຫ້ອງຮຽນອອນລາຍ eLearning
ແມ່ນລະບົບແພັດຟອມການຮຽນອອນລາຍ ທີ່ຊ່ວຍໃຫ້ໂຮງຮຽນ, ສູນຝຶກອົບຮົມ ແລະ ອົງກອນຕ່າງໆ ສາມາດສ້າງຫ້ອງຮຽນອອນລາຍ, ຈັດການຫຼັກສູດ, ສອນ, ຮຽນ, ກວດສອບຜົນ ແລະ ຕິດຕາມຄວາມຄືບໜ້າຂອງນັກຮຽນໄດ້ທຸກທີ່ ທຸກເວລາ.

ລະບົບຄູ້ມຄອງ ພະນັກງານ ເງິນເດືອນ ເງິນສະຫວັດດີການ ພະນັກງານ
ແມ່ນລະບົບໂປຣແກຣມສຳລັບຄຸ້ມຄອງຂໍ້ມູນພະນັກງານ ແລະ ການຈັດການເງິນເດືອນຢ່າງຄົບວົງຈອນ ຊ່ວຍໃຫ້ອົງກອນສາມາດບໍລິຫານພະນັກງານ, ຄິດໄລ່ຄ່າແຮງງານ, ເງິນສະຫວັດດີການ ແລະ ລາຍງານຕ່າງໆ ໄດ້ຢ່າງຖືກຕ້ອງ.

ລະບົບ ເອກະສານ ແລະ ບໍລິຫານວຽກງານ ແບບອອນລາຍ ທັນສະໄໝ
ລະບົບເອກະສານ ແລະ ບໍລິຫານວຽກງານອອນລາຍ ແມ່ນລະບົບຊ່ວຍຈັດການເອກະສານ, ການມອບໝາຍວຽກ, ການອະນຸມັດ ແລະ ຕິດຕາມວຽກງານພາຍໃນອົງກອນ ແບບດິຈິຕອນ. ຊ່ວຍໃຫ້ພະນັກງານ ແລະ ຜູ້ບໍລິຫານສາມາດເຮັດວຽກຮ່ວມກັນໄດ້ທຸກທີ່ ທຸກເວລາ.

ລະບົບ ຂົນສົ່ງດ່ວນ ຫຼາຍສາຂາ
ລະບົບຂົນສົ່ງດ່ວນຫຼາຍສາຂາ ແມ່ນລະບົບອັດສະລິຍະສຳລັບຄຸ້ມຄອງການຂົນສົ່ງພັດສະດຸ ແລະ ສິນຄ້າ ລະຫວ່າງຫຼາຍສາຂາ. ລະບົບຊ່ວຍຈັດການການຮັບ-ສົ່ງພັດສະດຸ, ຕິດຕາມສະຖານະການຂົນສົ່ງແບບ Real-time, ຄຸ້ມຄອງສາຂາ, ພະນັກງານ, ຍານພາຫະນະ, ລາຍຮັບ-ລາຍຈ່າຍ ແລະ ລາຍງານຕ່າງໆ ຜ່ານ Computer ແລະ Mobile App.

ລະບົບຄູ້ມຄອງ ແລະ ບໍລິຫານຈັດການ ບໍລິການແລ່ນເອກະສານ ຜ່ານມືຖື
ລະບົບຄຸ້ມຄອງ ແລະ ບໍລິຫານບໍລິການແລ່ນເອກະສານ ຜ່ານມືຖື ແມ່ນລະບົບອັດສະລິຍະທີ່ອອກແບບສຳລັບທຸລະກິດຮັບແລ່ນເອກະສານ, ຮັບ-ສົ່ງເອກະສານ ແລະ ບໍລິການຕິດຕໍ່ລາຊະການ. ລູກຄ້າສາມາດສັ່ງບໍລິການຜ່ານ Mobile App, ຕິດຕາມສະຖານະການແບບ Real-time, ຮັບແຈ້ງເຕືອນ ແລະ ຊຳລະເງິນອອນລາຍໄດ້ຢ່າງສະດວກ.

ລະບົບແອັບມືຖື ຂາຍອອນລາຍ ຫຼາຍຮ້ານຄ້າ Multi Vendor Ecommerce
ລະບົບແອັບມືຖືຂາຍອອນລາຍ ຫຼາຍຮ້ານຄ້າ (Multi Vendor Ecommerce) ເປັນແພລະຕະຟອມອີຄອມເມີຊສະໄໝໃໝ່ ທີ່ເປີດໃຫ້ຫຼາຍຮ້ານຄ້າສາມາດເຂົ້າມາຂາຍສິນຄ້າໃນແອັບດຽວ. ລະບົບຊ່ວຍໃຫ້ຮ້ານຄ້າຈັດການສິນຄ້າ, ອໍເດີ, ການຊຳລະເງິນ, ການຈັດສົ່ງ ແລະ ລາຍງານຍອດຂາຍໄດ້ແບບ Real-time ຜ່ານ Mobile App ແລະ Website.

ລະບົບ ແອັບມືຖື ສຳລັບ ພະນັກງານຂົນສົ່ງ Rider, Delivery or Shipper
ລະບົບແອັບມືຖືສຳລັບພະນັກງານຂົນສົ່ງ ເປັນແອັບພລິເຄຊັນອັດສະລິຍະ ທີ່ອອກແບບສຳລັບ Rider, Delivery ແລະ Shipper ເພື່ອຮັບອໍເດີ, ຈັດການການຂົນສົ່ງ, ຕິດຕາມສະຖານະການຈັດສົ່ງ ແລະ ບັນທຶກລາຍຮັບແບບ Real-time. ລະບົບຊ່ວຍເພີ່ມຄວາມໄວ ແລະ ຄວາມແມ່ນຍຳໃນການຈັດສົ່ງ ພ້ອມສາມາດໃຊ້ງານໄດ້ຜ່ານ Android ແລະ iOS.

ລະບົບ ແອັບມືຖື ແນະນຳອົງກອນ ແລະ ໂຄສະນາສິນຄ້າ
ລະບົບແອັບມືຖື ແນະນຳອົງກອນ ແລະ ໂຄສະນາສິນຄ້າ ເປັນແພລະຕະຟອມດິຈິຕອນທີ່ຊ່ວຍໃຫ້ອົງກອນ, ບໍລິສັດ ແລະ ທຸລະກິດ ສາມາດນຳສະເໜີຂໍ້ມູນອົງກອນ, ບໍລິການ ແລະ ສິນຄ້າ ໄດ້ຢ່າງສວຍງາມ ແລະ ເປັນມືອາຊີບ ຜ່ານ Mobile App. ລະບົບຮອງຮັບການສະແດງຂ່າວສານ, ໂປຣໂມຊັນ, ວິດີໂອ, ຮູບພາບ, ແຄັດຕາລັອກສິນຄ້າ, ການແຈ້ງເຕືອນ (Push Notification), ຕິດຕໍ່ອອນລາຍ ແລະ ເຊື່ອມຕໍ່ Website ແລະ Social Media ເພື່ອສ້າງພາບລັກ ແລະ ເພີ່ມໂອກາດທາງທຸລະກິດ.

ໂຊລູຊັ່ນ ຫ່າງຊັບພະສິນຄ້າ Super Market and Mini Market ທັນສະໄໝ
ໂຊລູຊັ່ນສຳລັບ Super Market ແລະ Mini Market ເປັນລະບົບບໍລິຫານຮ້ານຄ້າແບບຄົບວົງຈອນ ທີ່ອອກແບບມາເພື່ອຍົກລະດັບການດຳເນີນງານຂອງຫ້າງສັບພະສິນຄ້າ ແລະ ຮ້ານຄ້າປະເພດ Mini Market ໃຫ້ມີປະສິດທິພາບ, ທັນສະໄໝ ແລະ ບໍລິຫານໄດ້ທຸກທີ່ ທຸກເວລາ. ລະບົບຄອບຄຸມຕັ້ງແຕ່ການຂາຍໜ້າຮ້ານ (POS), ຈັດການສາງ, ຈັດການສິນຄ້າ, ສະມາຊິກລູກຄ້າ, ໂປຣໂມຊັນ, ລາຍຮັບ-ລາຍຈ່າຍ, ບັນຊີ ແລະ ລາຍງານຜົນການຂາຍແບບ Real-time ຜ່ານ Computer, Tablet ແລະ Mobile App.

ລະບົບຮັກສາຄວາມປອດໄພເຂື່ອນ ແລະ ຕາຂ່າຍໄຟຟ້າ ທັນສະໄໝ
ລະບົບຮັກສາຄວາມປອດໄພເຂື່ອນ ແລະ ຕາຂ່າຍໄຟຟ້າ ເປັນໂຊລູຊັ່ນອັດສະລິຍະ ທີ່ຜະສານເທັກໂນໂລຢີ AI, IoT, CCTV, Smart Sensor ແລະ ລະບົບວິເຄາະຂໍ້ມູນແບບ Real-time ເພື່ອເຝົ້າລະວັງ ແລະ ປ້ອງກັນຄວາມສ່ຽງພາຍໃນເຂດເຂື່ອນ, ສະຖານີໄຟຟ້າ, ສາຍສົ່ງໄຟຟ້າ ແລະ ຕາຂ່າຍໄຟຟ້າ. ລະບົບສາມາດກວດຈັບການບຸກລຸກ, ວິເຄາະພາບອັດສະລິຍະ, ກວດສອບອຸປະກອນ, ຕິດຕາມສະພາບແວດລ້ອມ, ແຈ້ງເຕືອນເຫດການແບບ Real-time ແລະ ລາຍງານຂໍ້ມູນຜ່ານສູນຄວບຄຸມ ຫຼື Mobile App ໄດ້ທຸກເວລາ.

ລະບົບຮັກສາຄວາມປອດໄພ ທະນາຄານ ຫຼື ສະຖາບັນການເງິນ ທັນສະໄໝ
ລະບົບຮັກສາຄວາມປອດໄພສຳລັບທະນາຄານ ແລະ ສະຖາບັນການເງິນ ເປັນໂຊລູຊັ່ນອັດສະລິຍະ ທີ່ນຳເອົາເທັກໂນໂລຢີ AI, CCTV, Face Recognition, Access Control, IoT ແລະ Video Analytics ມາໃຊ້ເພື່ອຍົກລະດັບຄວາມປອດໄພຂອງສາຂາທະນາຄານ, ຫ້ອງນິລະໄພ, ATM, ສູນຂໍ້ມູນ ແລະ ພື້ນທີ່ສຳຄັນ. ລະບົບສາມາດກວດຈັບການບຸກລຸກ, ກວດສອບການເຂົ້າ-ອອກ, ວິເຄາະພາບດ້ວຍ AI, ແຈ້ງເຕືອນເຫດການແບບ Real-time ແລະ ຄວບຄຸມລະບົບຈາກສູນກາງ ຫຼື Mobile App ໄດ້ທຸກເວລາ.

ລະບົບຮັກສາ ຄວາມປອດໄພ ອຸດສາຫະກຳນ້ຳມັນ ແລະ ປ້ຳນຳມັນ ທັນສະໄໝ.
ລະບົບຮັກສາຄວາມປອດໄພສຳລັບອຸດສາຫະກຳນ້ຳມັນ ແລະ ສະຖານີບໍລິການນ້ຳມັນ ເປັນໂຊລູຊັ່ນອັດສະລິຍະ ທີ່ຜະສານເທັກໂນໂລຢີ AI, CCTV, IoT, Smart Sensors, Access Control ແລະ Video Analytics ເພື່ອຍົກລະດັບຄວາມປອດໄພຂອງຄັງນ້ຳມັນ, ໂຮງກັ່ນ, ສະຖານີບໍລິການນ້ຳມັນ ແລະ ທໍ່ສົ່ງນ້ຳມັນ. ລະບົບສາມາດກວດຈັບການບຸກລຸກ, ກວດຈັບຄວັນໄຟ ແລະ ການຮົ່ວໄຫຼຂອງອາຍແກັສ, ກວດວັດອຸນຫະພູມ, ຄວາມກົດດັນ ແລະ ສະພາບແວດລ້ອມແບບ Real-time ພ້ອມລະບົບແຈ້ງເຕືອນອັດຕະໂນມັດ ແລະ ຄວບຄຸມຜ່ານສູນກາງ ຫຼື Mobile App.

ໂຊລູຊັ່ນ ສຳລັບສາງ ແລະ ຂົນສົ່ງດ່ວນ ທັນສະໄໝ
ໂຊລູຊັ່ນສຳລັບ ສາງ ແລະ ຂົນສົ່ງດ່ວນ ເປັນລະບົບບໍລິຫານຄົບວົງຈອນ ທີ່ຊ່ວຍຄວບຄຸມການຈັດເກັບສິນຄ້າ, ການຮັບ-ຈ່າຍ, ການຕິດຕາມພັດສະດຸ, ການຂົນສົ່ງ ແລະ ການຈັດການຫຼາຍສາຂາ ຜ່ານລະບົບອອນລາຍແບບ Real-time. ລະບົບຮອງຮັບການໃຊ້ງານຜ່ານ Computer, Tablet ແລະ Mobile App ເພື່ອໃຫ້ຜູ້ບໍລິຫານ, ພະນັກງານສາງ ແລະ ພະນັກງານຂົນສົ່ງ ສາມາດຕິດຕາມສະຖານະສິນຄ້າ ແລະ ການຈັດສົ່ງໄດ້ທຸກທີ່ ທຸກເວລາ.

ໂຊລູຊັ່ນ ລະບົບການສຶກສາ ແບບທັນສະໄໝ ດ້ວຍ AI Dahua Technology
ຄືສຸພາສິດ ໄດ້ກ່າວໄວ້ວ່າ "ເພື່ອຜົນປະໂຫຍດ 10 ປີ ໃຫ້ປູກຕົ້ນໄມ້, ເພື່ອຜົນປະໂຫຍດ 100 ປີ ໃຫ້ປູກຄົນ" ສະນັ້ນ, ການສຶກສາ ເປັນກຸນແຈສຳຄັນ ຕໍ່ກັບການພັດທະນາປະເທດຊາດຂອງພວກເຮົາ, ເປັນຂະແໜງການໜຶ່ງ ທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນຫຼາຍ ແລະ ໄດ້ຖືບູລິມະສິດ ເປັນອັນດັບຕົ້ນໆ ໃນການພັດທະນາ ຊັບພະຍາກອນມະນຸດ. Dahua Technology ໄດ້ຮ່ວມເປັນສ່ວນໜຶ່ງ ເຂົ້າຊ່ວຍໃນການປັບປຸງການສຶກສາ ໃຫ້ຫັນເປັນທັນເປັນທັນສະໄໝເທື່ອລະກ້າວ ໂດຍການນຳໃຊ້ເຕັກໂນໂລຊີ AI ເຂົ້າຊ່ວຍໃນການຕິດຕາມການສຶກສາ ແຫ່ງຍຸກ IoT (Internet Of Things) ເພື່ອສ້າງສະພາບແວດລ້ອມ ອຳນວຍຄວາມສະດວກ ແລະ ຮັກສາຄວາມຄວາມປອດໄພ ໃນຂອບເຂດຂອງໂຮງຮຽນ ແບບທັນສະໄໝ ນຳໃຊ້ລະບົບກ້ອງອັດສະລາຍະ ຊ່ວຍເຂົ້າໃນການຮຽນການສອນ ໃຫ້ມີປະສິດທິຜົນສູງ, ນຳໃຊ້ເປັນ Big Data ໄດ້, ມີຂໍ້ມູນຮັດກູມ ຈຳແນນໄດ້ບຸກຄົນອັນຕະລາຍ ເຮັດໃຫ້ໂຮງຮຽນ ເປັນໂຮງຮຽນທີ່ມີຄວາມປອດໄພສູງ ແລະ ມີຄວາມທັນສະໄໝເທື່ອລະກ້າວ.

CIT FMS ລະບົບໂປຼແກຼມເກັບລາຍຮັບປະຈຳ
CIT FMS ເປັນລະບົບໂປຼແກຼມ ເກັບລາຍຮັບປະຈຳ ໃຊ້ເພື່ອຕິດຕາມ ແລະ ເກັບລາຍຮັບປະຈຳ ເພື່ອຊ່ວຍໃຫ້ຫົວໜ່ວຍທຸລະກິດ ສາມາດຕິດຕາມການເກັບລາຍຮັບ ຂອງຕົນເອງໄດ້ແບບທັນສະໄໝ, ສາມາດໃຊ້ອອນລາຍ ຜ່ານໂທລະສັບມືຖື, ເທບເລັດ, ຄອມພິວເຕີ ແລະ ອຸປະກອນ Smart ອື່ນໆ ທີ່ເຊື່ອມໂຍງກັບອີນເຕີເນັດ. ລະບົບດັ່ງກ່າວ ເໝາະກ່ຽວກັບ ການເກັບລາຍຮັບຄ່າຂີ້ເຫຍື້ອ, ລາຍຮັບຮຽນເພີ່ມ, ເງິນຄ່າຮຽນ ແລະ ອື່ນໆ ທີ່ຫົວໜ່ວຍທຸລະກິດ ຕິດຕາມການເກັບລາຍຮັບ ປະຈຳວັນ, ເດືອນ, ງວດ ແລະ ປີ.

CIT Parking ລະບົບໂປຼແກຼມຄູ້ມຄອງ ແລະ ຕິດຕາມ ຝາກລົດ Online
CIT Parking ລະບົບໂປຼແກຼມຄູ້ມຄອງ ແລະ ຕິດຕາມ ຝາກລົດອອນລາຍ ເປັນລະບົບໜຶ່ງ ທີ່ພັດທະນາຂື້ນມາ ໂດຍ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ໃຊ້ເພື່ອຕອບໂຈດບັນຫາ ເລື່ອງການຝາກລົດແບບເກົ່າ ມາຫັນຕິດຕາມ ແລະ ຝາກລົດແບບໃໝ່ ໂດຍສາມາດ ຄູ້ມຄອງ ແລະ ຕິດຕາມຜ່ານອອນລາຍໄດ້ ນຳຄອມພິວເຕີ, ໂທລະສັບມືຖື ໄດ້ທຸກທີ່ ທຸກເວລາ ແລະ ບໍ່ຈຳກັດອຸປະກອນເຂົ້າໃຊ້ງານ.

eCIT Pro ລະບົບໂປຼແກຼມ POS ຂາຍໜ້າຮ້ານ ຫຼາຍສາຂາ Online
1. ໂມດູນ ຕັ້ງຄ່າລະບົບ ປະກອບມີ : ເມນູຂໍ້ມູນຮ້ານຄ້າ, ເມນູຄຸ້ມຄອງສາຂາ, ເມນູຄຸ້ມຄອງພະນັກງານ,ເມນູ ອັດຕາການແລກປ່ຽນ, ເມນູເລກບັນຊີທີ່ໃຊ້ຊຳລະເງີນ, ເມນູສະຖານະສົ່ງສີນຄ້າ, ເມນູສະຖານະການຮັບປະກັນ, ເມນູແບ່ງສິດການນຳໃຊ້ໃຫ້ຜູ້ໃຊ້ລະບົບ, ເມນູເກັບຮັກສາ ຫລື backup ຂໍ້ມູນ. 2. ໂມດູນ ຂາຍເຄື່ອງ ປະກອບມີ : ເມນູລາຍການໃບບີນ, ລາຍການສົ່ງສີນຄ້າຄືນ. - ເມນູ ລາຍການໃບບີນ : ໃນເມນູ ລາຍການໃບບີນນີ້ ລວມມີບັນດາເມນູຊ່ວຍໃຫ້ທ່ານເຮັດວຽກເຊັ່ນ: ຄົ້ນຫາໃບບີນ, ເພີ່ມໃບບີນ, ແກ້ໄຂໃບບີນ, ລົບໃບບີນ, ສົ່ງອອກ Excel(ສົ່ງລາຍການໃບບີນເປັນ file Excel), ຖັງຂີ້ເຫຍື້ອ(ໃນເມນູຖັງຂີ້ເຫຍື້ອນີ້ຈະເກັບເອົາຂໍ້ມູນໃບບີນການຂາຍຕ່າງໆທີ່ທ່ານໄດ້ລົບ). - ເມນູ ລາຍການສົ່ງສີນຄ້າຄືນ : ຈະມີ ການຄົ້ນຫາໃບບີນສົ່ງສີນຄ້າຄືນ, ລົບລາຍການສົ່ງສີນຄ້າຄືນ, ສົ່ງອອກ Excel ( ສົ່ງລາຍການໃບບີນເປັນ file Excel ). 3. ໂມດູນ ຮັບປະກັນ ປະກອບມີ : ເມນູ ລາຍການຮັບປະກັນເຊິ່ງໃນນີ້ລວມມີ ຄົ້ນຫາລາຍການຮັບປະກັນ, ເພີ່ມລາຍການຮັບປະກັນ, ລົບລາຍການຮັບປະກັນ, ຖັງຂີ້ເຫຍື້ອ(ໃນເມນູຖັງຂີ້ເຫຍື້ອນີ້ຈະເກັບເອົາຂໍ້ມູນໃບບີນການຂາຍຕ່າງໆທີ່ທ່ານໄດ້ລົບ). 4. ໂມດູນ ສີນຄ້າ ປະກອບມີ : ເມນູສິນຄ້າ, ເມນູຍ້າຍສາງ, ເມນູກວດກາສີນຄ້າ, ເມນູພິ່ນລະຫັດບາໂຄດ : - ເມນູສີນຄ້າ ລວມມີເມນູຍ່ອຍປະກອບເຊັ່ນ : ເມນູຄົ້ນຫາສີນຄ້າ, ເມນູເພີ່ມສີນຄ້າ, ເມນູແກ້ໄຂສີນຄ້າ, ເມນູລົບສີນຄ້າ, ເມນູເພີ່ມ Excel,ເມນູສົ່ງອອກ Excel, ເມນູຖັງຂີ້ເຫຍື້ອ. - ເມນູຍ້າຍສາງ ລວມມີເມນູຍ່ອຍປະກອບເຊັ່ນ : ເມນູຄົ້ນຫາໃບເຄື່ອນຍ້າຍສີນຄ້າ, ເມນູເພີ່ມໃບເຄື່ອນຍ້າຍສີນຄ້າ, ເມນູລົບໃບເຄື່ອນຍ້າຍສີນຄ້າ. - ເມນູກວດກາສີນຄ້າ ລວມມີເມນູຍ່ອຍປະກອບເຊັ່ນ : ເມນູຄົ້ນຫາໃບກວດເຄື່ອງ, ເມນູເພີ່ມໃບກວດເຄື່ອງ, ເມນູເພີ່ມ Excel. - ເມນູພີ່ນລະຫັດບາໂຄດ. 5. ໂມດູນ ສາງສີນຄ້າ ປະກອບມິ : ເມນູເພີ່ມເຂົ້າສາງ,ເມນູລາຍການສັ່ງຊື້, ເມນູສົ່ງສີນຄ້າຄືນ. - ເມນູເພີ່ມເຂົ້າສາງ ລວມມີເມນູຍ່ອຍປະກອບເຊັ່ນ : ຄົ້ນຫາໃບບີນເຂົ້າສາງ, ເມນູເພີ່ມເຂົ້າສາງ, ເມນູແກ້ໄຂ,ເມນູລົບ, ເມນູເພີ່ມ Excel, ເມນູສົ່ງອອກ Excel, ຖັງຂີ້ເຫຍື້ອ. - ເມນູລາຍການສັ່ງຊື້ ລວມມີເມນູຍ່ອຍປະກອບເຊັ່ນ : ຄົ້ນຫາໃບບີນສັ່ງຊື້, ເມນູເພີ່ມໃບບີນສັ່ງຊື້, ເມນູແກ້ໄຂໃບບີນສັ່ງຊື້, ເມນູລົບໃບບີນສັ່ງຊື້, ເມນູເພີ່ມ Excel, ເມນູສົ່ງອອກ Excel, ຖັງຂີ້ເຫຍື້ອ. - ເມນູລາຍການສົ່ງສີນຄ້າຄືນ ລວມມີເມນູຍ່ອຍປະກອບເຊັ່ນ : ຄົ້ນຫາໃບບີນສົ່ງເຄື່ອງ, ເມນູລົບ, ສົ່ງອອກ Excel. 6. ໂມດູນ ລູກຄ້າ ປະກອບມີ : ເມນູລູກຄ້າ, ເມນູ Promotion, ພີ່ນລະຫັດບາໂຄດ - ເມນູລູກຄ້າ ລວມມີເມນູຍ່ອຍປະກອບເຊັ່ນ : ເມນູຄົ້ນຫາລູກຄ້າ, ເມນູເພີ່ມລູກຄ້າ, ເມນູແກ້ໄຂລູກຄ້າ, ເມນູເພີ່ມໃບບີນລູກຄ້າ, ເມນູລົບລູກຄ້າ, ເມນູເພີ່ມ Excel, ເມນູສົ່ງອອກ Excel, ຖັງຂີ້ເຫຍື້ອ. - ເມນູ Promotion ລວມມີເມນູຍ່ອຍປະກອບເຊັ່ນ : ເມນູຄົ້ນຫາ, ເມນູລົບ, ເມນູເພີ່ມ. 7. ໂມດູນ ຜູ້ຈຳໜ່າຍ ປະກອບມີ : ເມນູຜູ້ຈຳໜ່າຍ, ເມນູພີ່ນລະຫັດບາໂຄດ - ເມນູຜູ້ຈຳໜ່າຍ ລວມມີເມນູຍ່ອຍປະກອບເຊັ່ນ : ຄົ້ນຫາຜູ້ຈຳໜ່າຍ, ເມນູເພີ່ມຜູ້ຈຳໜ່າຍ, ເມນູແກ້ໄຂຜູ້ຈຳໜ່າຍ, ເມນູລົບຜູ້ຈຳໜ່າຍ, ເມນູເພີ່ມ Excel, ເມນູສົ່ງອອກ Excel, ຖັງຂີ້ເຫຍື້ອ. - ເມນູພິ່ນລະຫັດບາໂຄດ. 8. ໂມດູນ ລາຍຮັບ ແລະ ລາຍຈ່າຍ ປະກອບມີ : ເມນູຄົ້ນຫາລາຍຮັບ ແລະ ລາຍຈ່າຍ, ເມນູເພີ່ມລາຍຮັບ ແລະ ລາຍຈ່າຍ, ເມນູແກ້ໄຂລາຍຮັບ ແລະ ລາຍຈ່າຍ, ເມນູລົບລາຍຮັບ ແລະ ລາຍຈ່າຍ, ເມນູພີ່ນ. 9. ໂມດູນ ລາຍງານ ປະກອບມິ : ເມນູລວມທັງໝົດ, ເມນູຂາຍເຄື່ອງ, ເມນູຍອດເຫລືອ, ເມນູໜີ້ສິນ. - ເມນູລວມທັງໝົດ : ເມນູນີ້ຈະສະແດງແລະສະຫຼຸບ ລາຍຮັບ, ລາຍຈ່າຍ, ຜົນທີ່ໄດ້ຮັບ, ລວມຍອດຂາຍ, ສາງທັງໝົດ, ລາຍຮັບອື່ນໆ, ລາຍຈ່າຍອື່ນໆ ແລະກຳໄລ. - ເມນູຂາຍເຄື່ອງ : ເມນູນີ້ຈະສະແດງແລະສະຫຼຸບຄີນຄ້າເຊັ່ນ: ສະຫຼຸບຕາມສີນຄ້າ, ສະຫຼຸບຕາມລາຄາຂາຍຂອງສີນຄ້າ, ສະຫຼຸບຕາມກຸ່ມສີນຄ້າ, ສະຫຼຸບຕາມກຸ່ມລູກຄ້າ, ສັງລວມຕາມພະນັກງານ, ລາຍງານ ລາຍຮັບ - ລາຍຈ່າຍ ຂາຍເຄື່ອງ, ລາຍລະອຽດຂາຍເຄື່ອງ. - ເມນູສາງສີນຄ້າ : ເມນູນີ້ຈະສະແດງແລະສະຫຼຸບລວມສີນຄ້າໃນສາງ, ສະຫຼຸບລາຍລະອຽດສີນຄ້າໃນສາງ, ສະຫຼຸບສີນຄ້າທີ່ເພີ່ມເຂົ້າສາງຕາມຜູ້ຈຳໜ່າຍ. - ເມນູຍອດເຫລືອ : ເມນູນີ້ຈະສະແດງແລະສະຫຼຸບເຄື່ອງຍັງເຫລືອໃນສາງ - ຕາມສີນຄ້າແລະສະຫຼຸບເຄື່ອງຍັງເຫຼືອໃນສາງ - ຕາມລາຍການສີນຄ້າ. - ເມນູໜີ້ສີນ : ເມນູນີ້ຈະສະແດງແລະສະຫຼຸບໜີ້ສີນຕ້ອງຮັບຕາມກູ່ມລູກຄ້າ, ສະຫຼຸບໜີ້ສີນຕ້ອງຮັບຕາມລູກຄ້າ, ລາຍລະອຽດໜີ້ສີນຕ້ອງຮັບ, ສະຫຼຸບໜີ້ສີນຕ້ອງຈ່າຍຕາມກູ່ມຜູ້ຈຳໜ່າຍ, ສະຫຼຸບຕາມຜູ້ຈຳໜ່າຍ, ລາຍລະອຽດໜີ້ສີນຕ້ອງສົ່ງ. ທົດລອງໃຊ້ງານ: http://demo.citgroup.la User: admin Pass: 123456
- ✓ Sales
- ✓ revenue
- ✓ invoices paid
- ✓ invoices owed
- ✓ repair tracking
- ✓ products
- ✓ inventory
- ✓ customer information
- ✓ accounts receivable
- ✓ activity lists
- ✓ purchase orders
- ✓ accounts payable
- ✓ income
- ✓ expenses
- ✓ and 75 other reporting systems.

