ໂທເລີຍ

02058189995-02058189996

ຂໍ້ກຳນົດ ແລະ ເງື່ອນໄຂນຳໃຊ້


ຂໍ້ກຳນົດ ຄຸ້ມຄອງການນຳໃຊ້ເວັບໄຊ ແລະ ແອັບພລິເຄຊັນມືຖື ຂອງ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ (ຫຼື ໝາຍເຖິງ “ພວກເຮົາ”). ກະລຸນາອ່ານຂໍ້ກຳນົດເຫຼົ່ານີ້ໃຫ້ລະອຽດ ໂດຍການເຂົ້າເຖິງ ແລະ ນຳໃຊ້ແພລດຟອມ (Platform), ທ່ານເຫັນດີວ່າທ່ານໄດ້ອ່ານ, ເຂົ້າໃຈ ແລະ ຍອມຮັບຂໍ້ກຳນົດ ລວມທັງຂໍ້ກຳນົດ, ເງື່ອນໄຂເພີ່ມເຕີມ ແລະ ນະໂຍບາຍທີ່ອ້າງອີງຢູ່ໃນທີ່ນີ້. ຖ້າທ່ານບໍ່ເຫັນດີ ຫຼື ຕົກຢູ່ພາຍໃນຂໍ້ກຳນົດ ຂອງພວກເຮົາ ແມ່ນກະລຸນາຢ່າໃຊ້ລະບົບພວກເຮົາ.

ບໍລິສັດ ຊີໄອທີ ສະຫງວນສິດ ແລະ ຈະມີການປ່ຽນແປງ ຫຼື ແກ້ໄຂຂໍ້ກຳນົດເຫຼົ່ານີ້ໄດ້ທຸກເວລາ ຕາມການປັບປຸງນະໂຍບາຍ ຂອງພວກເຮົາ. ຂໍແນະນຳໃຫ້ທ່ານອ່ານ ຂໍ້ກຳນົດເຫຼົ່ານີ້ເປັນປົກກະຕິ, ຈະຖືວ່າທ່ານໄດ້ເຫັນດີນຳ ຂໍ້ກຳນົດທີ່ໄດ້ແກ້ໄຂ ໂດຍການນຳໃຊ້ແພລດຟອມຕໍ່ເນື່ອງຂອງທ່ານຫຼັງຈາກວັນທີໄດ້ອອກແຈ້ງຂໍ້ກຳນົດທີ່ແກ້ໄຂແລ້ວ.

ພວກເຮົາແມ່ນໃຜ ແລະ ພວກເຮົາເຮັດຫຍັງ?

ພວກເຮົາ ເປັນຫົວໜ່ວຍທຸລະກິດໜຶ່ງ ເຊິ່ງອອກຊື່ ເປັນ ບໍລິສັດ ຈຳກັດຜູ້ດຽວ ເປັນບໍລິສັດ ຂອງຄົນລາວ 100% ທີ່ດຳເນີນທຸລະກິດ ທາງດ້ານ ການໃຫ້ບໍລິການ ເຕັກໂນໂລຊີ ຂໍ້ມູນຂ່າວສານ ຮອບດ້ານ ໃນ ສປປ ລາວ ເປັນຕົ້ນແມ່ນ ການຈຳໜ່າຍ ແລະ ຂາຍຜະລິດຕະພັນ ກ້ອງວົງຈອນປິດ, ລະບົບຮັກສາຄວາມປອດໄພ ທັນສະໄໝ ຍີຫໍ່ Dahua Technology, ຜູ້ນຳຄວາມປອດໄພ ລະດັບໂລກ, ຮັບພັດທະນາ ລະບົບແອັບມືຖື.

ການນຳໃຊ້ລະບົບຂອງພວກເຮົາ.

ໃນກໍລະນີ ທີ່ທ່ານຕ້ອງການຊື້ຜະລິດຕະພັນ ອອນລາຍຜ່ານລະບົບ ທ່ານຈຳເປັນ ຈະຕ້ອງລົງທະບຽນເພື່ອເປັນສະມາຊິກໃນລະບົບເຮົາ. ເມື່ອທ່ານລົງທະບຽນເປັນສະມາຊິກພວກເຮົາແລ້ວ ທ່ານຈະໄດ້ປະກອບຂໍ້ມູນສ່ວນຕົວຂອງທ່ານ ລວມທັງທີ່ຢູ່ອີເມວ, ເບີໂທລະສັບມືຖື ແລະ ລະຫັດຜ່ານສະເພາະ (ຮູບແບບ BCRYPT ບໍ່ມີໃຜສາມາດຮູ້ລະຫັດໄດ້). ເພື່ອເຮັດທຸລະກຳສັ່ງຊື້, ຂຶ້ນກັບວ່າທ່ານເລືອກຈະນຳໃຊ້ວິທີການຊຳລະເງິນແບບໃດ, ທ່ານອາດຈະຕ້ອງໄດ້ໃຫ້ລາຍລະອຽດບັດເຄຣດິດຂອງທ່ານແກ່ພວກເຮົາ, ບໍ່ຄວນເອົາລະຫັດຜ່ານສະເພາະຂອງທ່ານໃຫ້ກັບຄົນອື່ນ ແລະ ທ່ານເຫັນດີເກັບຮັກສາມັນໄວ້ເປັນຄວາມລັບຢູ່ຕະຫຼອດເວລາ, ບັນທຶກໄວ້ສຳລັບກໍລະນີຂອງການສໍ້ໂກງ ຫຼື ການນຳໃຊ້ໄປໃນທາງທີ່ຜິດທີ່ບໍ່ແມ່ນຄວາມຜິດຂອງທ່ານ, ທ່ານຍອມຮັບວ່າການສັ່ງຊື້ທັງໝົດ ທີ່ໄດ້ສັ່ງພາຍໃຕ້ບັນຊີຂອງທ່ານ ແມ່ນຄວາມຮັບຜິດຊອບຂອງທ່ານທັງໝົດ.  

ຂໍ້ຫ້າມ.

- ການໃຊ້ນຳໃຊ້ລະບົ ເພື່ອຈຸດປະສົງ ທີ່ຜິດກົດໝາຍ ຂອງ ພັກ ແລະ ລັດຖະບານ ຂອງ ສປປ ລາວ ວາງອອກ.

- ການນຳສະເໜີເນື້ອຫາໃດໜຶ່ງ ທີ່ລະເມີດສິດຊັບສິນທາງປັນຍາ, ສິດຄວາມເປັນສ່ວນຕົວ, ສິດໃນການເປີດເຜີຍ, ສິດຄວາມລັບທາງການຄ້າ ຫຼື ສິດອື່ນໆໃດໜຶ່ງຂອງພາກສ່ວນໃດໜຶ່ງ.

ເນື້ອຫາທີ່ເປັນສິ່ງລາມົກ, ອານະຈານ, ທຳລາຍຊື່ສຽງ, ຂົ່ມຂູ່ມ, ລ່ວງລະເມີດ, ໃຊ້ໄປໃນທາງທີ່ຜິດ, ໃສ່ຮ້າຍ, ດຮັດໃຫ້ບຸກຄົນອື່ນເສຍຫາຍ.

- ການປອມຕົວເປັນຄົນອື່ນ ເພື່ອສ້າງຄວາມປັ່ນປ່ວນພາຍໃນ ເຮັດໃຫ້ເກີດມີຄວາມເສຍຫາຍພາຍໃນ ແມ່ນທາງ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ຈະສຶບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍຂອງບ້ານເມືອງວາງອອກ.

- ແລະ ຂໍ້ຫ້າມອື່ນໆ ທີ່ຜິດຕໍ່ກົດໝາຍບ້ານເມືອງ ວາງອອກເປັນແຕ່ລະໄລຍະ.

ຊັບສິນທາງປັນຍາ.

ທຸກເຄື່ອງໝາຍການຄ້າ, ໂລໂກ້, ຮູບພາບ ແລະ ເຄື່ອງໝາຍບໍລິການ, ລວມທັງຂໍ້ກຳນົດເຫຼົ່ານີ້ຕາມທີ່ສະແດງຢູ່ໃນແພລດຟອມ ຫຼື ຢູ່ໃນເອກະສານການຕະຫຼາດຂອງພວກເຮົາ, ບໍ່ວ່າໄດ້ຈົດທະບຽນ ຫຼື ບໍ່ຈົດທະບຽນກໍ່ຕາມ, ແມ່ນເປັນຊັບສິນທາງປັນຍາຂອງ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ແລະ/ຫຼື ພາກສ່ວນທີສາມຜູ້ທີ່ໃຫ້ສິດພວກເຮົານຳໃຊ້ (ລວມກັນແມ່ນ “ເຄື່ອງໝາຍການຄ້າ”). ທ່ານຕ້ອງບໍ່ນຳໃຊ້, ອັດສຳເນົາ, ຜະລິດໃໝ່, ຕີພິມໃໝ່, ອັບໂຫຼດ, ໂພສ, ສົ່ງ, ແຈກຢາຍ ຫຼື ດັດແປງເຄື່ອງໝາຍການຄ້າເຫຼົ່ານີ້ດ້ວຍວິທີໃດໜຶ່ງໂດຍບໍ່ມີຄຳຍິນຍອມເປັນລາຍລັກອັກສອນຈະແຈ້ງຂອງພວກເຮົາກ່ອນ. ຫ້າມນຳໃຊ້ເຄື່ອງໝາຍການຄ້າຂອງ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ໃນເວັບໄຊອື່ນໃດໜຶ່ງທີ່ພວກເຮົາບໍ່ໄດ້ອະນຸມັດໃຫ້ຢ່າງເດັດຂາດ. ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ຈະບັງຄັບໃຊ້ສິດທິຊັບສິນທາງປັນຍາຂອງຕົນເອງຂັ້ນເດັດຂາດໃນລະດັບທີ່ກົດໝາຍອະນຸຍາດ, ລວມທັງການຟ້ອງຮ້ອງທາງອາຍາ. ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ບໍ່ຮັບປະກັນ ຫຼື ເປັນຕົວແທນສະແດງວ່າການນຳໃຊ້ເອກະສານທີ່ສະແດງຢູ່ໃນແພລດຟອມຈະບໍ່ລະເມີດສິດຂອງພາກສ່ວນທີສາມທີ່ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ບໍ່ແມ່ນເຈົ້າຂອງ ຫຼື ມີຫຸ້ນສ່ວນນຳ. ການນຳໃຊ້ເອກະສານໃດໜຶ່ງໃນແພລດຟອມແມ່ນຄວາມສ່ຽງຂອງທ່ານເອງທັງໝົດ.

ການສັ່ງຊື້.

- ເມື່ອທ່ານສ້າງທຸລະກຳສັ່ງຊື້ ເທິງລະບົບ ຂອງ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ, ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ຈະຢືນຢັນການສັ່ງຊື້ຂອງທ່ານໂດຍການສົ່ງອີເມວຢືນຢັນ ໃຫ້ທ່ານໂດຍມີໃບຮັບການສັ່ງຊື້ ຫຼື ຊ່ອງທາງອື່ນໆ ທີ່ອຳນວຍຄວາມສະດວກ, ການສັ່ງຊື້ຈະລວມເອົາຄ່າຈັດສົ່ງ ແລະ ອາກອນທີ່ບັງຄັບໃຊ້ໃດໜຶ່ງ (ຕົວຢ່າງ: ອາກອນສິນຄ້າ, ບໍລິການ, ອາກອນມູນຄ່າເພີ່ມ ແລະ ອື່ນໆ ຕາມລະບຽບກົດໝາຍວາງອອກ).  

- ຫຼັງຈາກທີ່ທ່ານໄດ້ກວດກາລະອຽດ ລາຍການສັ່ງຊື້ ຂອງຕົນເອງ ແລະ ກົດຢືນຢັນສັ່ງຊື້ແລ້ວ ແມ່ນ ທາງ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ຫຼື ຮ້ານຕົວແທນຈຳໜ່າຍໃນລະບົບ ແລ້ວ ແມ່ນທາງພວກເຮົາ ຈະບໍ່ສາມາດຍົກເລີກທຸລະກຳນັ້ນໄດ້ ຫຼື ບໍ່ສາມາດສົ່ງເງິນຄືນໄດ້ ໃນແຕ່ລະກໍລະນີໃດໆ.  

ລາຄາ ແລະ ຄ່າໃຊ້ຈ່າຍທີ່ຈຳເປັນ.

- ລາຄາອ້າງອີງໄວ້ໃນລະບົບ ຈະປະກົດຂຶ້ນເປັນສະກຸນເງິນ ຂອງປະເທດທີ່ສາມາດນຳໃຊ້ໄດ້ ແລະ ຂຶ້ນກັບອາກອນທີ່ນຳໃຊ້ຢູ່. ລາຄາ ແລະ ການສະເໜີໃຫ້ໃນລະບົບ ອາດຈະແຕກຕ່າງຈາກລາຄາ ແລະ ທ່ານຍອມຮັບການສະເໜີທີ່ຜູ້ຂາຍຂອງພວກເຮົາສະເໜີໃຫ້ນັ້ນ (ບໍ່ວ່າໃນເວັບໄຊຂອງພວກເຂົາເອງ, ແອັບພລິເຄຊັນມືຖື).

- ວິທີທີ່ພວກເຮົາສະແດງຜົນລາຄາສິນຄ້າ ຂອງພວກເຮົາອາດຈະແຕກຕ່າງຂຶ້ນກັບຜູ້ຂາຍ ແລະ ລາຄາທີ່ສະທ້ອນໃຫ້ເຫັນໃນລະບົບຂອງພວກເຮົາອາດຈະ: GST (ອາກອນສິນຄ້າ ແລະ ບໍລິການ), VAT (ອາກອນມູນຄ່າເພີ່ມ) ຫຼື ອາກອນທຽບເທົ່າອື່ນໆດັ່ງກ່າວ, ການຍົກເວັ້ນ GST (ອາກອນສິນຄ້າ ແລະ ບໍລິການ), VAT (ອາກອນມູນຄ່າເພີ່ມ) ຫຼື ອາກອນທຽບເທົ່າອື່ນໆດັ່ງກ່າວ.

ລາຍລະອຽດຂອງລາຄາ ແລະ ຄ່າເກັບເພີ່ມຕ່າງໆສະແດງໃຫ້ເຫັນກ່ອນ ການແຈ້ງບິນເກັບເງິນ (Checkout). ເມື່ອທ່ານທຳການສັ່ງຊື້, ທ່ານເຫັນດີນຳທຸກຈຳນວນ, ຄ່າເກັບເພີ່ມ ແລະ ຈຳນວນເງິນ ‘ທັງໝົດ’ ສຸດທ້າຍທີ່ສະແດງໃຫ້ກັບທ່ານ.  

ຄ່າຈັດສົ່ງ ສາມາດເກັບໄດ້ໃນທຸກໆການສັ່ງຊື້ ນອກຈາກວ່າ: ທ່ານເລືອກຮູບແບບທີ່ຈະໄປຮັບເອົາເຄື່ອງ ດ້ວຍຕົວທ່ານເອງ, ທ່ານມີຄູປ໋ອງໂປຣໂມຊັນ ຫຼື ຫຼຸດລາຄາທີ່ນຳໃຊ້ໄດ້ ແລະ ນຳໃຊ້ມັນໄດ້ຢູ່ທີ່ບ່ອນແຈ້ງອອກຈ່າຍເງິນ (Checkout).  

ວິທີການຊຳລະເງິນ.

- ທ່ານສາມາດເລືອກຈ່າຍຄ່າ ການສັ່ງຊື້ໄດ້ໂດຍການນຳໃຊ້ວິທີການຊຳລະອື່ນໃດໜຶ່ງໃນລະບົບ ເຊັ່ນ: ເງິນສົດ, ເງິນໂອນ ແລະ ອື່ນໆ ທີ່ມີກຳນົດໃນລະບົບ.

ທ່ານຕ້ອງໃຫ້ແນ່ໃຈວ່າ ທ່ານມີເງິນພຽງພໍ ໃນການກະກຽມການຊຳລະ ຕາມລາຍການສັ່ງຊື້ຂອງຕົນເອງ.

ການຈັດສົ່ງ.

ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ຈະຈັດສົ່ງສິນຄ້າທີ່ທ່ານສັ່ງຊື້ ໄປຕາມທີ່ຢູ່ ທີ່ພວກທ່ານໄດປະກອບໃນຟອມລາຍການສັ່ງຊື້ ຫຼື ຕາມສະຖານທີ່ ທີ່ລູກຄ້າ ຕ້ອງການຈັດສົ່ງໃຫ້, ຖ້າເປັນສິນຄ້າ ຕ່າງແຂວງ ພວກເຮົາກໍ່ຈະໄປສົ່ງຕໍ່ ບັນດາຫົວໜ່ວຍ ທຸລະກິດ ທີ່ໃຫ້ບໍລິການຂົນສົ່ງດ່ວນ ຫຼື ຕາມການປະສານງານຕົວຈິງ ຂອງລູກຄ້າ.