ໂທເລີຍ

02058189995-02058189996



ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ

I. ສະພາບລວມ.

ຊີໄອທີ ສ້າງຕັ້ງຂື້ນ ໃນວັນທີ 09/09/2009 ໃນໄລຍະນັ້ນ ໄດ້ອອກຊື່ເປັນວິສາຫະກິດສ່ວນບຸກຄົນ ໂດຍອອຊື່ ເປັນ ຊີໄອທີ ຄອມພິວເຕີ ສ່ວນບຸກຄົນ ແລະ ໄດ້ຂື້ນມາເປັນ ບໍລິສັດ ຈຳກັດຜູ້ດຽວ ຢ່າງເປັນທາງການ ໃນວັນທີ 01/01/2016 ເປັນຕົ້ນມາ ໂດຍປະກອບມີບັນດາ ພະແນກການດັ່ງນີ້: ພະແນກບັນຊີ - ຝ່າຍຂາຍ, ພະແນກເຕັກນິກ - ຄັງສາງ, ພະແນກພັດທະນາ - ບໍລິການ, ພະແນກຫ້ອງການບໍລິຫານ ແລະ ຈັດຕັ້ງພະນັກງານ ໂດຍແຕ່ລະພະແນກການ ຈະມີພາລະບົດບາດ, ສິດ ແລະ ມີໜ້າທີ່ຂອງໃຜລາວ.

II. ໜ້າທີ່ຂອງບໍລິສັດ.

ເປັນບໍລິສັດ ທີ່ໃຫ້ການລົງທຶນ, ບໍລິການ, ແກ້ໄຂ ແລະ ພັດທະນາ ວຽກງານໄອທີຄົບວົງຈອນ, ນຳເຂົ້າ ແລະ ຈຳໜ່າຍ, ວາງລະບົບ ແລະ ຕິດຕັ້ງກ້ອງວົງຈອນປິດ, ລະບົບຮັກສາຄວາມປອດໄພ ທັນສະໄໝ ຍີຫໍ້ຊັ້ນນຳຕ່າງໆຂອງໂລກ ຄື: ດາຫົວ ເທັກໂນໂລຢີ (Dahua Technology) ມີຍອດຂາຍຊັ້ນນຳລະດັບໂລກ, ປະຈຸບັນຢືນຢູ່ອັນດັບ 02 ຂອງໂລກ 5 ປີລຽນຕິດ ສຳລັບກ້ອງວົງຈອນປິດ, ລະບົບຮັກສາຄວາມປອດໄພຮອບດ້ານ, ຢຶນຢູ່ອັນດັບ 04 ຂອງໂລກໃນປີ 2016, ອັນດັບ 05 ຂອງໂລກໃນປີ 2015 ດ້ານລະບົບຮັກສາຄວາມປອດໄພ. ໃຫ້ບໍລິການ ແລະ ຮັບພັດທະນາ ລະບົບ ແອັບມືຖື, ລະບົບໂປຼແກຼມ, ລະບົບເວັບໄຊ ຕາມຄວາມຕ້ອງການ ຂອງລູກຄ້າ ແລະ ໃຫ້ບໍລິການ ລະບົບຫ້ອງຮຽນ, ຫ້ອງສອນ ທັງແບບອອນລາຍ ແລະ ນອກສະຖານທີ່. 

III. ການບໍລິການ.

- ລົງທຶນ ຮັບເໝົາ, ອອກແບບ ແລະ ຕິດຕັ້ງ ລະບົບຮັກສາຄວາມປອດໄພ ທັນສະໄໝ ຄົບວົງຈອນ.
- ບໍລິການຮັບອອກແບບ ແລະ ພັດທະນາ ແອັບມືຖື ທັງ Android ແລະ IOS.
- ບໍລິການຮັບອອກແບບ ແລະ ພັດທະນາ ໂປຣແກຣມຄຸ້ມຄອງລະບົບ ທັງ Online ແລະ Offline.
- ບໍລິການຮັບອອກແບບ ແລະ ພັັດທະນາ ເວັບໄຊ້ ໃນຍຸກແຫ່ງການຄົ້ນຫາ SEO.
- ຈຳໜ່າຍ, ລົງທຶນຕິດຕັ້ງ ແລະ ສ້ອມແປງ ຄອມພິວເຕີ, ລະບົບເຄືອຂ່າຍ ແລະ ອຸປະກອນໄອທີ ທຸກຊະນິດ.

IV. ວິໄສທັດ ແລະ ເປົ້າໝາຍ.

ຄຳຂວັນປະຈຳ: “ທັນຍຸກ ທັນສະໄໝ ບໍລິການດ້ວຍໃຈ ວ່ອງໄວ ໃສ່ໃຈຄຸນນະພາບ ມາດຕະຖານສາກົນ”

ດຳເນີນທຸລະກິດ ພາຍໃຕ້ກົດໝາຍ ແລະ ລະບຽບການຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເຂັ້ມງວດ, ການບໍລິການ ເປັນເປົ້າໝາຍຫຼັກ ຂອງບໍໍລິສັດ, ພວກເຮົາໄດ້ຖືເອົາການບໍໍລິການຂື້ນມາແຖວໜ້າທີ່ ວຽກງານເພື່ອເຮັດແນວໃດໃຫ້ຫັນສູ່ ການບໍລິການຕາມມາດຕະຖານຂອງສາກົນ ແລະ ຄວາມເພິ່ງພໍໃຈຂອງລູກຄ້າ, ບຸກຄະລາກອນທີ່ດີເດັ່ນ, ມີຄວາາມຮູ້, ມີຄວາາມສາມາດ ແລະ ມີຄວາມຫ້າວຫັນ ແມ່ນໝາກຫົວໃຈ ຂອງບໍລິສັດ ເພາະທຸລະກິດພວກເຮົາ ເປັນທຸລະກິດ ແຫ່ງຍຸກເທັກໂນໂລຂີ ຂໍ້ມູນຂ່າວສານ. ນຳເອົາເທັກໂນໂລຊີ ທີໃໝ່ໆ ແລະ ທັນຕາມຍຸກ, ທັນຕາມສະໄໝ ເພື່ອມາໝູນໃຊ້ ແລະ ພັດທະນາບ້ານເກີດ ເມືອງນອນຂອງຕົນ ເພື່ອໃຫ້ທັນສະໄໝກັບບ້ານເມືອງເພີ່ນ ຕາມແຜນພັດທະນາເສດຖະກິດ ຂອງພັກ ແລະ ລັດວາງໄວ້. ກໍ່ສ້າງບຸກຄະລາກອນ ແລະ ບຸກຄົນ ທີ່ຕ້ອງການຢາກພັດທະນາຕົນເອງ ໃນດ້ານວຽກງານເທັກໂນໂລຢີ ຂໍ້ມູນຂ່າວສານເພື່ອ ອອກຮັບໃຊ້ສັງຄົມ ໃຫ້ໄດ້ຫຼາຍ ເພື່ອຊ່ວຍກັນ ພັດທະນາ ແລະ ສ້າງສາ ປະເທດຊາດ.

V. ໂຄງຮ່າງການຈັດຕັ້ງ.

ບໍລິສັດ ຊີໄອທີ ຈໍາກັດ ພຽງຜູ້ດຽວ ປະກອບມີໂຄງຮ່າງການຈັດຕັ້ງລາຍລະອຽດດັ່ງລຸ່ມ:

- ສະພາບໍລິຫານ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ.
- ຄະນະອຳນວຍການ ບໍລິສັດ.
- ຄະນະພະແນກການ ບໍລິສັດ.
- ພະນັກງານໃນສັນຍາ.
- ພະນັກງານທົດສອບວຽກ.

VI. ລາຍການເຄື່ອນໄຫວຜ່ານມາ ຫຼື Profiles.

ຂໍ້ມູນ ການເຄື່ອນໄຫວ ຂອງບໍລິສັດ ໂດຍລວມແມ່ນ ໄດ້ບັນທຶກໄວ້ ໃນຂໍ້ມູນ Facebook Fan Page ຂອງບໍລິສັດ ລາຍລະອຽດດັ່ງລູ່ມນີ້: