ໂທເລີຍ

02058189995-02058189996

ໂຊລູຊັ່ນ ລະບົບການສຶກສາ ແບບທັນສະໄໝ ດ້ວຍ AI Dahua Technology

ຄືສຸພາສິດ ໄດ້ກ່າວໄວ້ວ່າ "ເພື່ອຜົນປະໂຫຍດ 10 ປີ ໃຫ້ປູກຕົ້ນໄມ້, ເພື່ອຜົນປະໂຫຍດ 100 ປີ ໃຫ້ປູກຄົນ" ສະນັ້ນ, ການສຶກສາ ເປັນກຸນແຈສຳຄັນ ຕໍ່ກັບການພັດທະນາປະເທດຊາດຂອງພວກເຮົາ, ເປັນຂະແໜງການໜຶ່ງ ທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນຫຼາຍ ແລະ ໄດ້ຖືບູລິມະສິດ ເປັນອັນດັບຕົ້ນໆ ໃນການພັດທະນາ ຊັບພະຍາກອນມະນຸດ.
Dahua Technology ໄດ້ຮ່ວມເປັນສ່ວນໜຶ່ງ ເຂົ້າຊ່ວຍໃນການປັບປຸງການສຶກສາ ໃຫ້ຫັນເປັນທັນເປັນທັນສະໄໝເທື່ອລະກ້າວ ໂດຍການນຳໃຊ້ເຕັກໂນໂລຊີ AI ເຂົ້າຊ່ວຍໃນການຕິດຕາມການສຶກສາ ແຫ່ງຍຸກ IoT (Internet Of Things) ເພື່ອສ້າງສະພາບແວດລ້ອມ ອຳນວຍຄວາມສະດວກ ແລະ ຮັກສາຄວາມຄວາມປອດໄພ ໃນຂອບເຂດຂອງໂຮງຮຽນ ແບບທັນສະໄໝ ນຳໃຊ້ລະບົບກ້ອງອັດສະລາຍະ ຊ່ວຍເຂົ້າໃນການຮຽນການສອນ ໃຫ້ມີປະສິດທິຜົນສູງ, ນຳໃຊ້ເປັນ Big Data ໄດ້, ມີຂໍ້ມູນຮັດກູມ ຈຳແນນໄດ້ບຸກຄົນອັນຕະລາຍ ເຮັດໃຫ້ໂຮງຮຽນ ເປັນໂຮງຮຽນທີ່ມີຄວາມປອດໄພສູງ ແລະ ມີຄວາມທັນສະໄໝເທື່ອລະກ້າວ.