ຈຳໜ່າຍ Dahua Technology
Zhejiang Dahua Technology Co., Ltd. (Dahua Technology) ເປັນບໍລິສັດຊັ້ນນຳລະດັບໂລກ ທີ່ຈຳໜ່າຍລະບົບຮັກສາຄວາມປອດໄພ ທັນສະໄໝຮອບດ້ານ ເຊັ່ນ: ລະບົບກ້ອງວົງຈອນປິດ, ລະບົບລ໋ອກຄົວເຮືອນ, ອາຄານທັນສະໄໝ, ລະບົບແຈ້ງເຕືອນການບຸກລຸກ, ລະບົບໄມ້ກ້ານທັນສະໄໝ ແລະ ອື່ນໆ ທີ່ສາມາດຄູ້ມຄອງ ແລະ ຈັດການຜ່ານມືຖືໄດ້ ດ້ວຍລະບົບ Software ທີ່ພັດທະນາຂື້ນເອງດ້ວຍຊ່ຽວຊານມືອາຊີບ, ເຊິ່ງມີສະຖານທີ່ຕັ້ງຢູ່ ແຂວງຮັງໂຈ, ປະເທດ ສປ ຈີນ, ມີຍອດສິນຄ້າສົ່ງອອກອັນດັບ 1 ຂອງໂລກ ແລະ ມີຍອດຂາຍຜະລິດຕະພັນລວມເປັນອັນດັບ 02 ໃນທົ່ວໂລກ ທາງດ້ານລະບົບຮັກສາຄວາມປອດໄພຮອບດ້ານ.
Dahua Technology ມີຫ້ອງການສາຂາປະຈຳຢູ່ 200 ແຂວງໃນທົ່ວຈີນ ແລະ ມີ 54 ສາຂາປະຈຳຢູ່ບັນດາປະເທດພັດທະນາ ຂອງແຕ່ລະທະວີບຄື: ອາເຊຍປາຊີຟິກ, ອາເມຣິກາໃຕ້, ອາເມຣິກາເໜືອ, ເອີຣົບ, ອາຟຼິກກາ ແລະ ບັນດາປະເທດພາກພື້ນ ເພື່ອເຮັດໜ້າທີຈຳໜ່າຍຜະລິດຕະພັນ ແລະ ໃຫ້ບໍລິການແກ່ລູກຄ້າໄດ້ທົ່ວເຖິງ. Dahua Technology ມີໂຊລູຊັ່ນ ທີ່ທັນສະໄໝຫຼາຍດ້ານ ເພື່ອເປັນສ່ວນໜຶ່ງ ໃນການຮັກສາຄວາມປອດໄພ ດ້ວຍລະບົບກ້ອງອັດສະລີຍະ ເຊັ່ນ: ລະບົບຕົວເມືອງອັດສະລີຍະ, ລະບົບໄຟແດງທັນສະໄໝ (ໃນນີ້ ປະເທດ ສປປ ລາວ ເຮົາກໍ່ໄດ້ນຳໃຊ້ລະບົບນີ້ ເພື່ອຮັກສາຄວາມປອດໄພບັນດາຕົວເມືອງ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງອ້ອມຂ້າງ), ລະບົບຈັບຄວາມໄວແບບໂອໂຕ, ລະບົບຮັກສາຄວາມປອດໄພ ຮ້ານຊັບພະສິນຄ້າໃຫຍ່, ລະບົບທະນາຄານ ທັນສະໄໝ (ສາມາດຈັດການດ້ວຍລະບົບ AI ແລະ ມີການແຈ້ງເຕືອນຜ່ານລະບົບຕ່າງໆເຊັ່ນ: ATM, Center…), ລະບົບຮັກສາຄວາມປອດໄພຕາຂ່າຍ, ເຂື່ອນໄຟຟ້າ, ສະໜາມບິນ, ຂົນສົ່ງ ແລະ ອື່ນໆອີກຫຼາກຫຼາຍ ໂຊລູຊັ່ນ ລ້ວນແລ້ວແຕ່ໃຊ້ລະບົບ Software ທີ່ທັນສະໄໝເຂົ້າໃນການຄວມຄູມ.
ບາງໂຄງການທີ່ Dahua Technology ຈັດຕັ້ງປະຕິບັດສຳເລັດ ເພື່ອເປັນສ່ວນໜຶ່ງໃນການຮັກຄາຄວາມປອດໄພ ແບບທັນສະໄໝ ມີ: ໂຮງໜັງ Numerous major, ທ່າເຮືອຂົນສົ່ງລະດັບຊາດ China International Import Expo, Rio Olympics ຢູ່ປະເທດບຼາຊິວ, ກອງປະຊູມ G20 ທີ່ຈັດຂື້ນຢູ່ແຂວງຮັງໂຈ G20 Hangzhou Summit, ກອງປະຊູມອາຊ່ຽນຄັ້ງທີ 28, ຄັ້ງທີ 29 ASEAN Summit ທີ່ນະຄອນຫຼວງວຽງຈັນ, Recife Subway ໃນປະເທດບຼາຊິວ ແລະ ອີກຫຼາກຫຼາຍໂຄງການໃນທົ່ວໂລກ.