ໂທເລີຍ

02058189995-02058189996

ຮັບພັດທະນາໂປຼແກຼມ ແລະ ເວັບໄຊ

ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ຮັບພັດທະນາລະບົບ Platform, ລະບົບໂປຼແກຼມ ຕາມຄວາມຕ້ອງການ ຂອງລູກຄ້າ ເຊັ່ນ: ລະບົບ Core Banking, ERP, SAP, ລະບົບຂົນສົ່ງ, ລະບົບໂປຼແກຼມຄູ້ມຄອງ, ໂປຼແກຼມບໍລິຫານ, ໂປຼແກຼມຕິດຕາມ, ລະບົບເວັບໄຊ Ecommerce, ເວັບໄຊຂ່າວສານ, ເວັບໄຊອົງກອນ ແລະ ເວັບໄຊຕ່າງໆ ທັງຮູບແບບ Offline ແລະ Online ນຳໃຊ້ຜ່ານ Cloud Server ດ້ວຍເຕັກໂນໂລຊີ ຊັ້ນນຳລະດັບໂລກ ເຊັ່ນ: .Net Core, C#, PHP, PHP Framework, JavaScript, JavaScript Framework, Flutter, NodeJS....ພ້ອມລະບົບຖານຂໍ້ມູນ ທີ່ມີລະບົບຮັກສາຄວາມປອດໄພສູງ ຄື: Oracle, SQL Server, MySQL, PostgreSQL, MongoDB... ເພື່ອຊ່ວຍຄູ້ມຄອງ ແລະ ບໍລິຫານ ທຸລະກິດຂອງທ່ານ ໃຫ້ຫັນເປັນທັນສະໄໝ ຂື້ນເທື່ອລະກ້າວ ແລະ ບໍລິຫານທຸລະກິດ ໄດ້ທຸກທີ່ ທຸກເວລາ.

ເປັນຫຍັງຈິ່ງຕ້ອງພັດທະນາຕາມຄວາມຕ້ອງການລູກຄ້າ?

ການພັດທະນາ ຕາມຄວາມຕ້ອງການລູກຄ້າ ແມ່ນສາມາດຕອບໂຈດໄດ້ບັນຫາ ທີ່ລູກຄ້າ ກຳລັງພົບຄວາມຫຍຸ້ງຍາກຢູ່ປະຈຸບັນ ແລະ ເພື່ອຖືກຕ້ອງການຕາມ ນະໂຍບາຍ ການຄູ້ມຄອງ ແລະ ການບໍລິຫານ ຂອງລູກຄ້າ ໂດຍຈະເລີ່ມຕົ້ນຕັ້ງແຕ່ ການສຳພາດ ເກັບກຳຂໍ້ມູນແນວຄວາມຄິດຂອງລູກຄ້າ ເພື່ອຜັນຂະຫຍາຍ ແນວຄວມຄິດ ດັ່ງກ່າວ ອອກເປັນລະບົບ ຄູ້ມຄອງ ໃຫ້ຫັນເປັນການບໍລິຫານ ແບບທັນສະໄໝ, ປະຫຍັດທັງເວລາ ແລະ ງົບປະມານ.

ຂໍ້ດີຂອງການພັດທະນາ ຕາມີຄວາມຕ້ອງການ

- ຕອບສະໜອງໄດ້ທຸກໜ້າວຽກງານ ທີ່ລູກຄ້າ ຕ້ອງການ ຫັນເປັນທັນສະໄໝ.

- ສາມາດປັບປຸງ ແລະ ພັດທະນາຕໍ່ຍອດ ໄດ້ຕະຫຼອດ ຕາມຄວາມຕ້ອງການຂອງລູກຄ້າ ເພື່ອເຮັດໃຫ້ການຂະຫຍາຍທຸລະກິດ ໄປໄດ້ຄ່ອງຕົວ.

- ງົບປະມານບໍ່ໄດ້ລົງທຶນສູງບາດດຽວ ສາມາດລົງທຶນຕໍ່ຍອດ ເປັນແຕ່ລະໄລຍະໄດ້.

ຂໍ້ເສຍຂອງລະບົບໂປຼແກຼມທີ່ມີແລ້ວ

- ບໍ່ສາມາດຕອບສະໜອງໄດ້ທຸກໜ້າທີວຽກງານ ຕາມຕ້ອງການ ຂອງແຕ່ລະຫົວໜ່ວຍທຸລະກິດໄດ້.

- ບໍ່ສາມາດປັບປຸງ ຫຼື ພັດທະນາຕໍ່ຍອດຈາກລະບົບເກົ່າ ເປັນລະບົບໃໝ່ໄດ້.

- ບໍ່ສາມາດອັບເດດລະບົບ, ລ່າສະໄໝ ເຮັດໃຫ້ຫຍຸ້ງຍາກ ແລະ ຕ້ອງໄດ້ປັບປ່ຽນຂໍ້ມູນໃໝ່ຕະຫຼອດ.


ຂໍ້ມູນເພີ່ມເຕີມ