ໂທເລີຍ

02058189995-02058189996

CIT E-Learning

ລະບົບ eLearning ຫຼື ຫ້ອງຮຽນອອນລາຍ ເປັນລະບົບ ທີ່ຕອບໂຈດ ໃນຍຸກປະຈຸບັນ ເປັນຕົ້ນແມ່ນ ບັນຫາ ສະພາບ ໂຄວິດ ກຳລັງລະບາດໜັກໃນທົ່ວໂລກເວົ້າລວມ, ເວົ້າສະເພາະ ກໍ່ຄື ສປປ ລາວ ເຮົາ. ສະເນັ້ນ ລະບົບດັ່ງກ່າວ ຈິ່ງເຂົ້າມາມີບົດບາດຫຼາຍ ໃນຍຸກປະຈຸບັນ ເພື່ອອຳນວຍຄວາມສະດວກ ໃນການຕິດຕາມ ການຮຽນການສອນ, ການຊອກຮູ້ຮ່ຳຮຽນດ້ວຍຕົນເອງ, ການຫັນຈາກການສິດສອນແບບເກົ່າ, ການຕິດຕາມນັກຮຽນແບບເກົ່າ, ການຕິດຕາມຄະແນນແບບເກົ່າ ມາເປັນແບບໃໝ່ ທີ່ທັນສະໄໝຂື້ນ ໂດຍນຳໃຊ້ລະບົບ Platform ທີ່ທັນສະໄໝຂື້ນ, ຮັບຮູ້ຂໍ້ມູນໄດ້ທັນກັບເວລາ, ເຫັນໄດ້ທັງພາບ ແລະ ສຽງ.

ລະບົບໂຮງຮຽນ ຫຼື ຫ້ອງຮຽນອອນລາຍ ນອກຈາກຈະອຳນວຍຄວາມສະດວກ ໃຫ້ກັບໂຮງຮຽນແລ້ວ ຍັງເປັນອີກໜຶ່ງລະບົບ ທີ່ສາມາດສ້າງວຽກເຮັດງານທຳ ໃຫ້ທຸກໆສາຍອາຊີບ, ບຸກຄົນທົ່ວໄປ ທີ່ມີຄວາມຮູ້, ມີຄວາມສາມາດ ດ້ານຕ່າງໆ ເຂົ້າມາຫາລາຍໄດ້ ໂດຍສາມາດໃຊ້ເວລາຫວ່າງຂອງຕົນເອງ ສ້າງເປັນຫຼັກສູດການສອນ ເພື່ອຂາຍໃນລະບົບໄດ້.

ລະບົບ CIT eLearning ຂອງ ບໍລິສັດ ຊີໄອທີ ທີ່ກຳລັງໃຫ້ບໍລິການ ລາຍລະອຽດໃນເວັບໄຊ: https://citelearning.online 

ນອກຈາກນັ້ນ ທາງບໍລິສັດ ພວກເຮົາ ຍັງໃຫ້ບໍລິການ ກ່ຽວກັບ ວຽກງານໄອທີ ຄົບວົງຈອນ ໃຫ້ກັບ ບັນດາອົງກອນ, ຫ່າງຮ້ານ, ບໍລິສັດຕ່າງໆ ທີ່ຂາດແຄນ ທາງດ້ານ ວິຊາການໄອທີ ເພື່ອໃຫ້ວຽກງານ ໄອທີ ຂອງອົງກອນທ່ານ ດຳເນີນຢ່າງປົກກະຕິ.

ຂໍ້ມູນເພີ່ມເຕີມ