ໂທເລີຍ

02058189995-02058189996

ຊີໄອທີ ເອຄາເດມີ - CIT Academy

ເປັນອີກໜຶ່ງຜະລິດຕະພັນ ຂອງ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ເຊິ່ງເປົ້າໝາຍແມ່ນ ລິເລີ່ມແນວຄວາມຄິດ ຂອງ ລູກໆ ທີ່ຢາກກິດຈະກຳ ໃນວັນພັກຜ່ອນ ເສົາ, ວັນອາທິດ ເພື່ອຝຶກຝົນຕົນເອງ ບໍ່ໃຫ້ມີເວລາຫວ່າງ, ຢາກມີກິດຈະກຳຫຼາຍໆ, ເພື່ອໄດ້ພົບປະໝູ່ຄູ່ ເພື່ອນມິດສະຫາຍ ຈາກທຸກໆບ່ອນ ໂດຍ ຊີໄອທີ ເອຄາເດມີ ເນັ້ນທາງດ້ານການຮຽນ, ການສອນ ເຕະບານ ເປັນຫຼັກ, ກິດຈະກຳຮຽນໄອທີ ແຫ່ງຍຸກໃໝ່ ໂດຍເນັ້ນໜັກແຕ່ຫຼັກສູດພື່້ນຖານ ຈົນເຖິງຫຼັກສູດມືອາຊີບ ເຊັ່ນ: ຄອມພິວເຕີພື້ນຖານ ຮຽນເຮັດເອກະສານ ຮູບແບບ ອອນລາຍ ດ້ວຍ Google Docs, Google Sheets, Google Slides.... ຈົນເຖິງ ຫຼັກສູດ ຂຽນແອັບມືຖື, ໂປຼແກຼມ, ເວັບໄຊ ແລະ ຫຼັກສູດ ໄອທີ ດ້ານອື່ນໆນຳ ເພື່ອໃຫ້ເຂົາເຈົ້າ ມີວິຊາອາຊີບໃດໜຶ່ງ ຕິດຕົວແຕ່ນ້ອຍ ເຮັດໃຫ້ເຂົາເຈົ້າ ສາມາດພັດທະນາຕົນເອງ ເປັນມືອາຊີບ ໄດ້ຕັ້ງແຕ່ເຍົາໄວ. ນອກຈາກນັ້ນ ຍັງມີ ວິຊາດົນຕີ ເຊັ່ນ: ກອງໄຟຟ້າ, ກິຕ່າໄຟຟ້າ ເພື່ອໃຫ້ ນ້ອງໆ ຜູ້ໃດ ທີ່ມັກຮັກ ທາງດ້ານດົນຕີ ໄດ້ເສີມສ້າງຕົວເອງແຕ່ຍັງນ້ອຍ.